ຄວາມໝາຍຂອງການສຶກສາການສອນ.
ໃນປະເທດຍີ່ປຸ່ນ ຄູປັບປຸງການຮຽນ-ການສອນຜ່ານການເຮັດ ການສຶກສາການສອນ ຊຶ່ງເປັນຂະບວນ ການທີ່ຄູຜູ້ສອນຮ່ວມກັນວາງແຜນ, ສັງເກດ, ວິເຄາະ ແລະ
ສະທ້ອນຄືນສິ່ງທີ່ປະກົດຂຶ້ນຕົວຈິງໃນຫ້ອງຮຽນ ເຊິ່ງ ເອີ້ນວ່າ “ວິໄຈບົດຮຽນ“.ການສຶກສາການສອນ ແມ່ນຫນ່ວຍກິດຫນຶ່ງທີ່ກວ້າງຂວາງ
ໃນການປັບປຸງຄວາມຫມັ້ນຄົງຂອງ ຄວາມຮູ້ດ້ານຄະນິດສາດລະດັບປະຖົມສຶກສາ ແລະ
ການສອນວິທະຍາສາດຂອງຍີ່ປຸ່ນ,
ຕັ້ງແຕ່ປີ 1999,
ການດໍາເນີນການສຶກສາການສອນ,
ໄດ້ເກີດຂຶ້ນຢ່າງໄວວາໃນຫຼາຍເວບໄຊທົ່ວປະເທດຂອງສະຫະລັດອາເມລິກາ.
ຄູທີ່ເຮັດການສຶກສາການສອນ,
ຢູ່ໃນການສອນຂອງຕົນຕ້ອງເອົາໃຈໃສ່:
-
ຄິດກ່ຽວກັບເປົ້າຫມາຍໄລຍະຍາວຂອງການສຶກສາ ເຊັ່ນ:
ຄວາມຮັກການຮຽນຮູ້ ແລະ ການເຄົາລົບຕໍ່ຄົນອື່ນ.
-
ພິຈາລະນາຢ່າງຮອບຄອບຕໍ່ຈຸດປະສົງ, ເປົ້າຫມາຍ ແລະ ຂອບເຂດຂອງລາຍວິຊາຂອງຕົນ
-
ສ້າງແຜນໃນຫ້ອງຮຽນກ່ຽວກັບ “ການວິໄຈບົດຮຽນ“ ທີ່ເຮັດໃຫ້ມີຊີວິດຊີວາ ແລະ
ເນື້ອໃນເຈາະຈົງໃສ່
-
ເປົ້າ ຫມາຍໄລຍະຍາວສໍາລັບການຮຽນຮູ້ໃນຫມູ່ນັກສຶກສາ..
-
ຄວນສຶກສາວິທີການສະຫນອງການຮຽນຮູ້ໃຫ້ເກີດຄວາມຮັບຜິດຊອບ
ຄວາມຜູກພັນ ແລະ ການມີພັນທະຕໍ່ດ້ານອື່ນໆອີກ.
ການດໍາເນີນການ ຂອງການສຶກສາການສອນ, ເປັນຂະບວນການປັບປຸງການສອນຢ່າງຕໍ່ເນື່ອງຢູ່ໃນການສອນ
ຫົວຂໍ້ໃດຫນຶ່ງ ເຊິ່ງຕົ້ນກໍາເນີດ ແມ່ນມາຈາກປະເທດ ຍີ່ປຸ່ນ ໃນສັຕະວັດ ທີ່ 19 ມີຈຸດປະສົງເພື່ອຊ່ວຍໃຫ້ຄູຜູ້ສອນ
ພາສາຍີ່ປຸ່ນແບບດັ້ງເດີມທີ່ມີການໃຊ້ການຮຽນ-ການສອນຈາກກຸ່ມເພື່ອນຮ່ວມງານຂອງເຂົາເຈົ້າໃນປະເທດຕາເວັນຕົກ, ການສຶກສາບົດຮຽນທີ່ມີການເບິ່ງຢ່າງກ້ວາງຂວາງວ່າ
ເປັນຮູບແບບສໍາຄັນຂອງການພັດທະນາມືອາຊີບໃນປະເທດຍີ່ປຸ່ນ ແລະ
ເປັນເຄຣດີສແຫ່ງຄວາມສໍາເລັດໃນການປັບປຸງວິທີການປະຕິບັດໃນຫ້ອງຮຽນໃນລະບົບໂຮງຮຽນປະຖົມສຶກສາຂອງປະເທດຍີ່ປຸ່ນ.
ການສຶກສາການສອນ. ແມ່ນຂະບວນການປັບປຸງການຮຽນການສອນຢ່າງຕໍ່ເນື່ອງ ໂດຍມີຈຸດມຸ້ງໝາຍຊ່ວຍໃຫ້ຄູຍີປຸ່ນ,
ເຊິ່ງແຕ່ເດີມຕ່າງຄົນຕ່າງສອນໄດ້ແລກປ່ຽນຮຽນຮູ້ເທັກນິກການສອນຈາກຄູຜູ້ສອນໃນປະເທດ
ຕາເວັນຕົກ. ໃນປະຈຸບັນ ການສຶກສາການສອນ.
ເປັນຮູບແບບຂອງການພັດທະນາ ໄດ້ຮັບການຍອມຮັບຫຼາຍທີ່ສຸດ ແລະ ເປັນປັດໃຈທີສົ່ງຜົນໃຫ້ລະບົບໂຮງຮຽນປະຖົມສຶກສາໃນຍີ່ປຸ່ນປະສົບຜົນສໍາເລັດໃນການພັດທະນາການສອນໃນຫ້ອງຮຽນ.
ຂະບວນການຂອງການສຶກສາການສອນ
ໂດຍທົ່ວໄປປະກອບດ້ວຍ 8
ຂັ້ນຕອນດັ່ງນີ້:
1.
ກໍານົດຫົວຂໍ້ທີ່ຈະສອນ ເຊິ່ງຂຶ້ນຢູ່ກັບຄວາມຕ້ອງການຂອງນັກຮຽນ.
2. ວາງແຜນການສອນ
ໂດຍເນັ້ນທີ່ນັກຮຽນ ແລະ ຄູເປັນສໍາຄັນ.
3. ນໍາແຜນການສອນໄປໃຊ້,
ໂດຍເນັ້ນບົດຮຽນທີ່ສົ່ງເສີມການຮຽນຮູ້ ແລະ ຂະບວນການຄິດຂອງນັກຮຽນ ແລະ
ການແກ້ໄຂຄວາມເຂົ້າໃຈທີ່ຄາດເຄື່ອນ
4. ປະເມີນຜົນບົດຮຽນວ່າສົ່ງຜົນຕໍ່ການຮຽນຮູ້ຂອງນັກຮຽນ
ຢ່າງໃດ ແລະ ຮ່ວມກັນອະພິປາຍສະທ້ອນຄວາມຄິດ.
5. ປັບປຸງບົດຮຽນໂດຍອາໄສຂໍ້ມູນທີ່ລວບລວມໄດ້
6. ແຜນການສອນທີ່ປັບປຸງແລ້ວມາສອນນັກຮຽນ
ກຸ່ມອື່ນ
7. ປະເມີນຜົນບົດຮຽນ
ແລະ ຮ່ວມກັນອະພິປາຍສະທ້ອນຄວາມຄິດກ່ຽວກັບບົດຮຽນ.
8. ນໍາຜົນທີ່ໄດ້ມາແລກປ່ຽນຮຽນຮູ້ຮ່ວມກັນ
ຄ. ຂະບວນການຂອງການສຶກສາການສອນ.
ການສຶກສາບັນເພື່ອ ນຳໄປໃຊ້ (3) (6) ການສະທ້ອນຄືນ ແລະປັບປຸງບົດຮຽນ (4) (7) ສຶກສາສະພາບບັນຫາ (1) (2) (5)
ການສຶກສາການສອນ ໃນປະເທດຍີ່ປຸ່ນ
ການສຶກສາການສອນ ມີບົດບາດສໍາຄັນໃນການພັດທະນາຄູ,
ໃນປະເທດຍີ່ປຸ່ນມາຕັ້ງແຕ່ຍຸກເລີ້ມຕົ້ນຂອງການສຶກສາມວນຊົນຂອງຍີ່ປຸ່ນມານານກ່ວາ 200 ປີແລ້ວ. ເຫດຜົນທີ່ການສຶກສາການສອນ ໄດ້ຮັບຄວາມນິຍົມອາດເປັນເພາະການສຶກສາການສອນ ເຮັດໃຫ້ຄູຜູ້ສອນໄດ້ມີໂອກາດ:
1.
ທໍາຄວາມເຂົ້າໃຈກ່ຽວກັບແນວຄິດທາງການການທີ່ກ່ຽວຂ້ອງກັບແນວທາງປະຕິບັດໃນການສອນ.
2. ປັບປ່ຽນມຸມມອງກ່ຽວກັບການສອນ
ແລະ ການຮຽນຮູ້.
3. ຮຽນຮູ້ທີ່ຈະພິຈາລະນາແນວທາງປະຕິບັດຂອງຕົນເອງ
ຈາກ1ມຸມມອງຂອງນັກຮຽນ.
4.
ໄດ້ຮັບການສະຫນັບສະຫນູນຊ່ວຍເຫຼືອຈາກເພື່ອນຄູ.
ລັກສະນະຂອງການສຶກສາການສອນ ທີ່ເຮັດໃຫ້ການສຶກສາການສອນ
ແຕກຕ່າງຈາກໂປແກຣມການພັດທະນາຄູທົ່ວໄປມີຄື:
1. ການສຶກສາການສອນ ເປີດໂອກາດໃຫ້ຄູໄດ້ເບີ່ງເຫັນການສອນ ແລະ
ການຮຽນຮູ້ ໃນຫ້ອງຮຽນຢ່າງເປັນຮູບປະທໍາ ຄູຮ່ວມກັນອະພິປາຍກ່ຽວກັບການວາງແຜນການສອນ
ການສ້າງເເຜນການສອນໄປໃຊ້ ການສັງເກດການສອນ ແລະ
ການສະທ້ອນແນວຄວາມຄິດກ່ຽວກັບແນວທາງປະຕິບັດໃນຫ້ອງຮຽນ,
ການທີ່ໄດ້ສັງເກດຕົວຈິງໃນຫ້ອງຮຽນເຮັດໃຫ້ຄູໄດ້ເຂົ້າໃຈ ແລະ
ເຫັນພາບວ່າການຮຽນການສອນທີ່ດີນັ້ນເປັນແບບໃດ
ເຊິ່ງຈະຊ່ວຍໃຫ້ນັກຮຽນເຂົ້າໃຈໃນສິ່ງທີ່ຕົນກໍາລັງຮຽນໄດ້ດີຍິ່ງຂຶ້ນ.
2.
ນັກຮຽນເປັນຫົວໃຈສໍາຄັນ ຂອງໂປຣແກຣມພັດທະນາຄູ.
ເຊິ່ງເປັນການເປີດໂອກາດໃຫ້ຄູໄດ້ສຶກສາ ວິເຄາະ ຂະບວນການຮຽນຮູ້ ແລະ ຄວາມເຂົ້າໃຈຂອງນັກຮຽນຜ່ານຈາກການສັງເກດການສອນ
ແລະ ອະພິປາຍກ່ຽວກັບ ແນວທາງປະຕິບັດໃນການສອນ.
3. ການສຶກສາການສອນ ສ້າງໃຫ້ຄູໄດ້ມີບົດບາດສໍາຄັນ
ເຮັດໃຫ້ເກີດການປັບປ່ຽນພຶດຕິກໍາໃນການສອນ ແລະ ການພັດທະນາຫຼັກສູດ.
ງ. ຄວາມໝາຍ ແລະ
ລັກສະນະຂອງການສຶກສາການສອນ.
ການສຶກສາການສອນ ເປັນຂະບວນການສຶກສາ ວິໄຈຫຼາຍປະເທດໃຫ້ຄວາມສົນໃຈ ແລະ
ມີການສຶກສາກັນຢ່າງແຜ່ຫຼາຍ ລັກສະນະຂອງຂະບວນການສຶກສາການສອນ ມີຫຼາຍລັກສະນະດັ່ງລຸ່ມນີ້:
ເປັນຂະບວນການພັດທະນາວິຊາຊີບຂອງຊາວຍີ່ປຸ່ນຮ່ວມກັນກວດສອບ, ເປັນການດໍາເນີນງານຢາງຕໍ່ເນື່ອງ
ເຊິ່ງເປັນການດໍາເນີນງານຢ່າງເປັນລະບົບ ໂດຍມີເປົ້າຫມາຍເພື່ອເພີ່ມປະສິດທິພາບພາຍໃນການເຮັດວຽກເຊິ່ງເປັນສະເຫມືອນສູນກວດສອບ
ການຮຽນການສອນ ແບບຮ່ວມມືກັນໃນການເຮັດກິດຈະກໍາຮ່ວມກັນໃນການກວດສອບ, ເປັນການດໍາເນີນງານຂອງຄູໃນລັກສະນະເປັນກຸ່ມຍ່ອຍ
ເປັນຂະບວນພັດທະນາຂອງຄູ ຊາວຍີ່ປຸ່ນຮ່ວມກັນກວດສອບເປັນການດໍາເນີນງານຢ່າງເປັນລະບົບ ໂດຍມີເປົ້າໝາຍເພື່ອເພີ້ມປະສິດທິພາບ
ໂດຍຂະບວນການນັ້ນ ປະກອບດ້ວຍການວາງເເຜນການສອນ ການສັງເກດ ແລະ ການວິໄຈ ບົດຮຽນ ແລະ
ເພື່ອພັດທະນາ. ຈຸດເນັ້ນ ແລະ ທິດທາງ ໃນການດໍາເນີນງານ
ຄູຈະກໍານົດຈຸດມຸ້ງຫມາຍໃນການສຶກສາ ທີ່ສອດຄ່ອງກັບຄໍາຖາມການວິໄຈ ທີ່ກຸ່ມຕ້ອງການສຶກສາ
ຫຼື ຊອກຫາຄໍາຕອບໂດຍຄໍາ ຖາມການວິໄຈນີ້ ຈະເປັນຕົວຊີ້ນໍາການເຮັດວຽກຂອງກຸ່ມ ໃນການສຶກສາບົດຮຽນທຸກບົດຮຽນ.
ເປັນຂະບວນການ ທີ່ເກີດຈາກການຮ່ວມມື ລະຫວ່າງຄູທີ່ສອນລາຍວິຊາຕ່າງໆ
ກັບຜູ້ຊ່ຽວຊານ ຫຼື ຜູ້ຊົງຄຸນວຸດທິທາງການສຶກສາເພື່ອປັບປຸງຄຸນນະພາບການຮຽນ-ການສອນຂອງຄູ
ໂດຍການສຶກສາການສອນ ປະກອບດ້ວຍ ກິດຈະກໍາຫຼັກໄດ້ແກ່: ການວາງແຜນ ການນໍາໄປໃຊ້ ແລະ ການສະທ້ອນຜົນ ບົດຮຽນ.
ເປັນກິດຈະກໍາທີ່ຮຽນຮູ້ ສະພາບຄວາມເປັນຈິງ ເພື່ອໃຫ້ຄູນໍາໄປປະຕິບັດໃນຫ້ອງຮຽນເຊິ່ງລວມເຖິງກິດຈະກໍາໃນສ່ວນຂອງການຮ່ວມກັນອະພິປາຍກ່ຽວກັບເນື້ອໃນວິຊາ
ແລະ ວິທີການຈັດການຮຽນຮູ້.
ເປັນລັກສະນະຫນຶ່ງຂອງການວິໄຈປະຕິບັດ. ທີ່ກ່ຽວກັບການວາງແຜນ
ການຄົ້ນພົບຂໍ້ເທດຈິງ ແລະ ການດໍາເນີນການ ໂດຍຂະບວນການນີ້ອາດຈະເບິ່ງໃນລັກສະນະຂອງວົງຈອນ
ທີ່ປະກອບດ້ວຍການວາງແຜນ ການປະຕິບັດການ ການສັງເກດ ແລະ ການສະທ້ອນຄືນ.
ຈາກລັກສະນະທີ່ໄດ້ນໍາສະເໜີໄປ ສາມາດສະຫຼຸບໄດ້ວ່າ ຂະບວນການສຶກສາການສອນ.
ເປັນຂະບວນການທີ່ໃຊ້ສໍາລັບພັດທະນາວິຊາຊີບຄູ ທີ່ໃຊ້ການວິໄຈເປັນຮາກຖານໃນການດໍາເນີນງານ
ໂດຍເກີດຈາກການຮ່ວມມືແບ່ງປັນປະສົບການ ແລະ ເຮັດວຽກຮ່ວມກັນຂອງຄູ ຫຼື
ລະຫວ່າງຄູກັບຜູ້ຊ່ຽວຊານທາງດ້ານການຮຽນການສອນຂອງຄູ
ຊຶ່ງປະກອບດ້ວຍຂັ້ນຕອນທີ່ສໍາຄັນດັ່ງນີ້:
1.
ການວາງແຜນ.
2.
ການນໍາໄປໃຊ້ ແລະ ການສັງເກດ.
3.
ການອະພິປາຍ ແລະ ສະທ້ອນຜົນບົດຮຽນ.
ຈ. ຂັ້ນຕອນຂະບວນການດຳເນີນງານການສຶກສາການສອນ.
ຂະບວນການຂອງສຶກສາການສອນ.
ນັ້ນຄູຜູ້ສອນຈະຕ້ອງຄໍານຶງເຖິງສິ່ງເຫຼົ່ານີ້:
1.
ຈຸດປະສົງ ຫຼື ເປົ້າຫມາຍທີ່ຕ້ອງການບ້າງທີ່ຕ້ອງການທັ້ງໃນລະດັບຫຼັກສູດ
ລະດັບລາຍວິຊາ ແລະ ລະດັບ ຫນ່ວຍການຮຽນ ຫຼື ບົດຮຽນ.
2.
ວາງແຜນການວິໄຈບົດຮຽນ ເພື່ອໃຫ້ບັນລຸຈຸດປະສົງທີ່ກໍານົດໄວ້.
3.
ເຮັດການສຶກສາຢ່າງຮອບຄອບກ່ຽວກັບການຕອບສະຫນອງຂອງຜູ້ຂຽນມີຕໍ່ບົດຮຽນ.
ລວມເຖິງພຶດຕິກຳການຮຽນຮູ້, ການມີສ່ວນຮ່ວມ ແລະ ການປະຕິບັດຕົນຂອງຜູ້ຂຽນ.
ຊຶ່ງຂັ້ນຕອນຂະບວນການພື້ນຖານຂອງການສຶກສາການສອນ ປະກອບດ້ວຍ 3 ຂັ້ນຕອນດັ່ງຕໍ່ໄປນີ້:
ການວາງແຜນ planning ການນໍາໄປໃຊ້ ແລະ ການສັງເກດ (implementing and observing) ການອະພິປາຍ ແລະ ການ ສະທ້ອນຄືນ (discussing and
reflecting)
F ຂັ້ນຕອນທີ 1 ການວາງແຜນ.
v ວິທີການດໍາເນີນ
1.
ກໍານົດຕາຕະລາງເວລາການດໍາເນີນງານຮ່ວມກັນເຊັ່ນ:
ວັນ, ເວລາ
ສໍາລັບປະຊຸມວາງແຜນ ຈໍານວນຄັ້ງຂອງ ການປະຊຸມ, ວັນ ຫຼື
ເວລາສໍາລັບຮ່ວມກັນພັດທະນາບົດຮຽນ ກໍານົດຊ່ວງເວລາຂອງການນໍາບົດຮຽນໄປໃຊ້ເປັນຕົ້ນ.
2.
ຮ່ວມກັນອະພິປາຍ
ເຖິງສະພາບບັນຫາທີ່ພົບໃນຊັ້ນຮຽນ ປະຈຸບັນພ້ອມແນວທາງແກ້ໄຂບັນຫາທີກ່ຽວຂ້ອງກັບສື່ການຮຽນຮູ້
ແຜນການຈັດການຮຽນຮູ້ ຄຸນລັກສະນະຜູ້ຮຽນ ສະພາບແວດລ້ອມໃນຊັ້ນຮຽນ ເທັກນິກການສອນ ວິທີສິດສອນ
ການວັດ ແລະ ປະເມີນຜົນການຮຽນຮູ້ ເປັນຕົ້ນ. ນອກຈາກຄູຜູ້ສອນ ແລະ ເພື່ອນ ຮ່ວມງານແລ້ວ
ຫາກສາມາດເຊີນຜູ້ຊ່ຽວຊານ ດ້ານການສອນ ຫຼື ຄູຜູ້ມີປະສົບການໃນການສອນມາຮ່ວມເພື່ອສະແດງ ຄວາມຄິດເຫັນ
ແລະ ປັບປຸງປະສົບການຊ່ວຍຍິ່ງຈະເປັນການດີອີກດ້ວຍ
3.
ສຶກສາຫຼັກສູດ
ສະຖານສຶກສາຂອງການສາລະການຮຽນ ຂອງກຸ່ມສາລະການຮຽນຮູ້ທີ່ຕ້ອງການສຶກສາທັງຈຸດມຸ້ງໝາຍ, ມາດຕະຖານການຮຽນຮູ້,
ຜົນການຮຽນຮູ້ທີ່ຄາດຫວັງ. ສາລະການຮຽນຮູ້ຂອງໜ່ວຍການຮຽນຮູ້ ຫຼື ບົດຮຽນ ແລະ ແຜນການຈັດການຮຽນຮູ້ເພື່ອໃຫ້ຄູ ແລະ
ຄະນະທໍາງານມີຄວາມເຂົ້າໃຈກົງການກ່ອນຮ່ວມກັນສຶກສາ.
4.
ຮ່ວມກັນພິຈາລະນາເລືອກບົດຮຽນ
ຫຼື ຫົວຂໍ້ ທີ່ຈະເຮັດການສຶກສາດ້ວຍຂະບວນການ ແລະ ກໍານົດຈຸດມຸ້ງ
ໝາຍໃນການສຶກສາບໍ່ສອດຄ່ອງກັບຄໍາຖາມການວິໄຈທີ່ກຸ່ມຕ້ອງການຫາຄໍາຕອບ.
5.
ຮ່ວມກັນພິຈາລະນາອອກແບບກົນໄກ
ວິທີການສອນ, ກິດຈະກໍາການຮຽນຮູ້, ການປະເມີນຜົນການຮຽນຮູ້ ລວມເຖິງການໃຊ້ສື່ການຮຽນຮູ້ ຫຼື ແຫຼ່ງການຮຽນຮູ້
ທີ່ເໝາະສົມກັບບົດຮຽນເພື່ອຊ່ວຍໃຫ້ຜູ້ຮຽນບັນລຸຕາມ ຈຸດປະສົງທີ່ຕັ້ງໄວ້.
6.
ຮ່ວມກັນພິຈາລະນາ ແລະ
ຂຽນແຜນຈັດການຮຽນຮູ້ ທີ່ກຸມເຫັນວ່າຈະໃຊ້ຮ່ວມກັນ.
F ຂັ້ນຕອນທີ 2 ການນໍາໄປໃຊ້ ແລະ ການສັງເກດ.
ວິທີການດໍາເນິນ ຄູຄົນຫນຶ່ງໃນກຸ່ມນໍາແຜນການຈັດການຮຽນຮູ້
ທີ່ຮ່ວມກັນຈັດທໍາຂຶ້ນນັ້ນ ໄປໃຊ້ສອນຕົວຈິງ ໃນຊັ້ນຮຽນ ໂດຍມີສາມະຊິກຄູຄົນອື່ນໆ
ຫຼືຜູ້ຊ່ຽວຊານດ້ານການສອນ ມາເຝົ້າສັງເກດ ຂະບວນການຮຽນການ ສອນ
ໂດຍບັນທຶກລົງໃນແບບການສັງເກດ ພ້ອມທັງອາດຈະບັນທຶກ ດີວີທັດການສອນນີ້ ເພື່ອເປັນຂໍ້ມູນໃນການ
ສຶກສາພຶດຕິກໍາ ແລະ ການຕອບຮັບຂອງຜູ້ຮຽນໃນລະຫວ່າງການຮຽນ-ການສອນ.
F
ຂັ້ນຕອນທີ 3 ການອະພິປາຍ
ແລະ ການສະທ້ອນຜົນບົດຮຽນ.
ວິທີການດໍາເນີນ
1.
ເມື່ອການສອນສຳເລັດແລ້ວ
ຄູຜູ້ສອນ ແລະ ຄະນະຜູ້ສັງເກດການທັງໝົດ, ຈະຮ່ວມກັນວິເຄາະ ແລະ ປະເມີນແຜນການຈັດການຮຽນຮູ້
ທີ່ໃຊ້ສອນ ໂດຍໃຊ້ຂໍ້ມູນ ຈາກການບັນທຶກ, ການສັງເກດ ແລະ ດີວິທັດ ເພື່ອຮ່ວມກັນຫາແນວການແກ້ໄຂບັນຫາ ແລະ ພັດທະນາບົດຮຽນ
ຫຼື ແຜນການຈັດການຮຽນຮູ້ໃຫ້ມີຄວາມສົມບຸນ.
2.
ສະມາຊິກຄູຄົນຕໍ່ໄປ ຈະນໍາບົດຮຽນ
ຫຼື ແຜນການຮຽນຮູ້ ທີ່ປັບປຸງ ແລະ ພັດທະນາແລ້ວນີ້ນໍາໄປໃຊ້ໃນຫ້ອງຮຽນອື່ນຕໍ່ໄປ
ໂດຍມີເພື່ອນຄູ ແລະ ຄະນະຜູ້ສັງເກດປະຕິບັດງຄືເກົ່າ
ຈົນແລ້ວການນໍາໄປໃຊ້ຕາມແຜນທີ່ກໍານົດໄວ້.
3.
ເມື່ອກຸ່ມໄດ້ປັບປຸງແກ້ໄຂບົດຮຽນ
ຫຼື ແຜນການຮຽນຮູ້ຈົນເປັນທີ່ພໍໃຈຂອງສາມະຊິກແຕ່ລະຄົນແລ້ວຈຶ່ງເຮັດເປັນເຫຼັ້ມລາຍງານຜົນການສຶກສາບົດຮຽນ
ວິໄຈຕໍ່ໄປ.
ຈາກຂະບວນການທີ່ເວົ້າມາແລ້ວ
ເຮັດໃຫ້ເຮົາຮູ້ ຂໍ້ມູນທີ່ເປັນປະໂຫຍດຕໍ່ການ, ຈັດການຮຽນການສອນ
ເມື່ອສັງເກດແລ້ວຈະເຫັນວ່າ ຂະບວນການສຶກສາການສອນ
ຈະມີຄວາມຄ້າຍຄືກັບການວິໄຈໃນຊັ້ນຮຽນນັ້ນເອງ
ຕົວຢ່າງ: ຂັ້ນຕອນຂະບວນການສຶກສາການສອນ
ໃນການຮຽນການສອນຄະນິດສາດ ຈາກຂັ້ນຕອນຂະບວນ ການພື້ນຖານຂອງການສຶກສາການສອນ ທີ່ປະກອບດ້ວຍການວາງເເຜນ ການນໍາໄປໃຊ້ ແລະ
ການສັງເກດ ຕະຫຼອດ ເຖິງການອະພິປາຍ ແລະ ການສະທ້ອນຜົນນັ້ນ
ສາມາດນໍາມາປະຍຸກໃຊ້ເຂົ້າກັບການຮຽນການສອນວິຊາ ຄະນິດສາດໄດ້ດັ່ງນີ້:
ວິເຄາະສະພາບປັນຫາ ການຮຽນ-ການສອນປະຈຸບັນ ກຳນົດໜ່ວຍ,ບົດຮຽນ,
ຫົວຂໍ້ທີຈະສຶກສາ ວາງແຜນ
ແລະ ສອນບົດຮຽນ ທົບທວນແກ້ໄຂບົດຮຽນ(ແຜນການສອນ) ປະເມີນ
ແລະ ສະທ້ອນຜົນ
1.
ກໍານົດເວລາຕາຕະລາງການດໍາເນີນງານ.
ກໍານົດວັນເວລາສໍາລັບປະຊຸມ ແລະ ວາງແຜນດໍາເນີນງານຕັ້ງແຕ່ເລີ່ມຂະບວນການຈົນເຖິງສິນສຸດຂະ
ບວນການ. ກໍານົດຈໍານວນຄັ້ງຂອງການປະຊຸມຮ່ວມກັນ, ກໍານົດວັນ ແລະ ເວລາໃນການຮ່ວມກັນພັດທະນາບົດຮຽນ, ກໍານົດຊ່ວງເວລາໃນການນໍາບົດຮຽນໄປໃຊ້
(ຈັກຄັ້ງ). ກໍານົດຂອບເຂດຫົວຂໍ້ ຫຼື ເນື້ອໃນການປະຊຸມໃນແຕ່ລະຄັ້ງ.
2.
ວິເຄາະສະຖານະການ ການຮຽນ-ການສອນປັດຈຸບັນ.
- ຮ່ວມກັນທົບທວນເຖິງພາບລວມຂອງສະຖານະການ ຫຼື ສະພາບປັດຈຸບັນ ໃນການຈັດການຮຽນການສອນ
ວິຊາ ຄະນິດສາດ.
- ຮ່ວມກັນອະພິປາຍເຖິງຫົວຂໍ້ບັນຫາທີ່ພົບ, ໃນການຮຽນ-ການສອນຄະນິດສາດ
ຂອງສາມະຊິກແຕ່ລະຄົນ.
- ສຶກສາຂໍ້ເທດຈິງ, ສິ່ງທີ່ເປັນບັນຫາໃນຫ້ອງຮຽນ ແລະ
ແນວທາງໃນການປັບປຸງການຮຽນ-ການສອນຮ່ວມກັນ.
- ສຶກສາຫຼັກສູດ ສະຖານສຶກສາ ຂອບເຂດການຮຽນຮູ້ຄະນິດສາດ ນັບທັງຈຸດມຸ້ງຫມາຍຂອງຫຼັກສູດ
ຜົນການຮຽນຮູ້ທີ່ຄາດຫວັງ ເນື້ອໃນການຮຽນຮູ້ ຫນ່ວຍການຮຽນຮູ້ ຫຼື ບົດຮຽນ ປະມວນການສອນ
ຫຼື ໂຄງການສອນ ເພື່ອໃຫ້ສາມະຊິກຄູເຂົ້າໃຈເອກະພາບກັນ ແລະ ຮ່ວມກັນພັດທະນາບົດສອນ.
- ຮ່ວມກັນອະພິປາຍບົດຮຽນ, ຫົວຂໍ້ຄະນິດສາດທີ່ຄັດເລືອກມາເຮັດ, ການສຶກສາການສອນ (Lesson Study) ເພື່ອຫາວິທີພັດທະນາ
ແລະ ປັບປຸງການຈັດການຮຽນ-ການສອນຄະນິດສາດ. ສໍາລັບບົດຮຽນນັ້ນໆ.
- ເລືອກ ແລະ ຈັດກຽມສືການຮຽນຮູ້ ຫຼື ເອກະສານ ແລະ ແຫຼ່ງຄວາມຮູ້ທີ່ເຫມາະສົມກັບບົດຮຽນ.
- ສ້າງແບບທົດສອບກ່ອນຮຽນໃຫ້ຜູ້ຮຽນເຮັດກ່ອນເລີ້ມຮຽນບົດຮຽນເພື່ອໃຊ້ເປັນເຄື່ອງມືສະທ້ອນກ່ຽວກັບພື້ນຖານຄວາມຮູ້ຂອງຜູ້ຮຽນລວມເຖິງໃຊ້ຈໍາແນກລັກສະນະຂອງຜູ້ຮຽນສໍາລັບບົດຮຽນທີ່ຈະສອນ.
- ສ້າງແບບທົດສອບຫຼັງການຮຽນໄວ້ສຳລັບການປະເມີນຜົນການຮຽນຮູ້ຂອງຜູ້ຮຽນຫຼັງຈາກບົດຮຽນນັ້ນແລ້ວ.
3.
ກຽມແຜນການສອນ ສໍາລັບບົດຮຽນ.
ປະເດັນສໍາຄັນທີ່ຄູຄວນນໍາມາພິຈາລະນາຮ່ວມກັນໃນການ
ອອກແບບການຮຽນ-ການສອນ ແລະ ການຂຽນແຜນການຈັດການຮຽນຮູ້ ມີດັ່ງນີ້:
-
ສຶກສາຄວາມຄິດລວມຍອດ ຫຼື
ທັກສະທີ່ຈໍາເປັນທີ່ສອດຄ່ອງກັບຫຼັກສູດ ແລະ ມາດຕະຖານ.
-
ສຶກສາຄວາມຄິດລວມຍອດ ຫຼື ທັກສະທີ່ຜູ້ຮຽນໄດ້ຮຽນຮູ້ມາແລ້ວ.
-
ກໍານົດຈຸດປະສົງການຮຽນຮູ້ ແລະ ເນື້ອໃນການຮຽນຮູ້ ຂອງບົດຮຽນທີ່ສອດຄ່ອງກັບຄວາມຄິດລວມຍອດ
ແລະ ທັກສະທີ່ຈໍາເປັນຕ່າງໆ.
-
ຄົ້ນຫາຂໍ້ບົກພ່ອງ ຫຼື ຫົວຂໍ້ທີ່ຄູ ຫຼື
ຜູ້ຮຽນເຂົ້າໃຈຜິດໃນການຮຽນບົດນີ້ຜ່ານໄປ.
-
ເລືອກການໃຊ້ສື່ ແລະ ເທັກໂນໂລຊີທີ່ເຫມາະສົມ ແລະ ມີການອອກແບບໃບກິດຈະກຳທີ່ຊ່ວຍໃນການເພີ້ມ
ຄວາມເຂົ້າໃຈຄວາມຄິດລວມຍອດ ແລະ ທັກສະຂະບວນການທາງຄະນິດສາດໃຫ້ໄດ້ດີຍິ່ງຂຶ້ນ.
-
ອອກແບບ ແລະ ກົນໄກວິທີການສອນ ແລະ ກິດຈະກໍາການຮຽນຮູ້, ທີ່ຊວ່ຍສົ່ງເສີມການມີປະຕິສໍາພັນ
ລະຫວ່າງຄູ ແລະ ຜູ້ຮຽນທີ່ມີປະສິດທິພາບ ແລະ ຄວາມເຫມາະສົມກັບບົດຮຽນ ເພື່ອຊ່ວຍໃຫ້ຜູ້ຮຽນມີຜົນສໍາເລັດທາງການຮຽນສູງຂຶ້ນຕາມຈຸດມຸ້ງຫມາຍທີ່ກໍານົດໄວ້.